ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ ​ສຳເລັດ​ການ​ເກັບ​ຊື້​ທັນ​ຍາ​ຫານ​ ໃນ​ລະດູ​ໃບ​ໄມ້​ຫຼົ່ນ​ປີ 2023 ຫຼາຍ​ກວ່າ 80%


     ອົງການ​ທັນ​ຍາ​ຫານ ແລະ ຄັງ​ສຳຮອງ​ແຫ່ງ​ຊາດ​ຈີນ ເປີດເຜີຍ​ໃນ​ວັນ​ທີ 22 ມີນາ 2024 ຜ່ານ​ມາ​ນີ້​ໃຫ້​ຮູ້​ວ່າ: ນັບ​ມາ​ຮອດ​ປັດຈຸບັນ,
ວຽກ​ງານ​ເກັບ​ຊື້​ທັນ​ຍາ​ຫານ​ໃນ​ລະດູ​ໃບ​ໄມ້​ຫຼົ່ນ​ປີ 2023 ຂອງ​ທົ່ວ​ປະເທດ​ໄດ້​ສຳເລັດ​ຫຼາຍ​ກວ່າ 80% ແລ້ວ, ປະລິມານ​ການ​ເກັບ​ຊື້​ທັນ
​ຍາ​ຫານ​ມີ​ຫຼາຍ​ກວ່າ 170 ລ້ານ​ໂຕນ. ອີງ​ຕາມ​ການ​ຈັດ​ວາງ​ວຽກ​ງານ​ຂອງ​ອົງການ​ທັນ​ຍາ​ຫານ ແລະ ຄັງ​ສຳຮອງ​ແຫ່ງ​ຊາດ​ຈີນ​ສະແດງ​ໃຫ້​
ເຫັນ​ວ່າ, ປີ 2023, ຄັງ​ສຳຮອງ​ທັນ​ຍາ​ຫານ​ຢູ່ 30 ແຂວງ ແລະ ເຂດ​ແຄວ້ນ​ຂອງ​ຈີນ​ ໄດ້​ຈຳໜ່າຍ​ເກັບ​ຊື້​ຜ່ານ​ເວທີ​ຊື້​ຂາຍ​ທັນ​ຍາ​ຫານ​ແຫ່ງ​
ຊາດ​ຫຼາຍ​ກວ່າ 40 ລ້ານ​ໂຕນ, ເພີ່ມ​ຂຶ້ນ​ເກືອບ 3 ລ້ານ​ໂຕນ​ເມື່ອ​ທຽບໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2022, ທຽບໃສ່​ປີ 2021 ເພີ່ມ​ຂຶ້ນ 84%,
ລະດັບ​ຕິດຕາມ ແລະ ຄຸ້ມ​ຄອງ​ການ​ຈັດ​ຊື້ ແລະ ຈຳໜ່າຍ​ທັນ​ຍາ​ຫານ​ຢູ່​ຄັງ​ສຳຮອງ​ຂອງ ​ທ້ອງຖິ່ນ​ໄດ້​ເພີ່ມ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

     ປັດຈຸບັນ, ອົງການ​ທັນ​ຍາ​ຫານ ແລະ ຄັງ​ສຳຮອງ​ແຫ່ງ​ຊາດ​ຈີນ ​ພວມ​ຊີ້​ນຳ​ຊາວ​ກະສິກອນ​ຂາຍ​ທັນ​ຍາ​ຫານ​ໃຫ້​ແກ່​ລັດຖະບານ​ຢ່າງ​ເປັນ
ລະບຽບ​ຮຽບ​ຮ້ອຍ. ຄາດ​ວ່າ​ວຽກ​ງານ​ເກັບ​ຊື້​ທັນ​ຍາ​ຫານ​ໃນ​ລະດູ​ໃບ​ໄມ້ຫຼົ່ນ​ປີ 2023 ຈະ​ສຳເລັດ​ໃນ​ທ້າຍ​ເດືອນ​ເມສາ​​ນີ້.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 27/03/2024